Duration 5:23

ປະຫວັດຂອງຫໍໄຕປິດົກ ເມືອງຈໍາພອນ - ปะหวัดของหอไตปิดก เมืองจำพอน

Published 6 Feb 2020

ຫໍໄຕປີດົກຫຼັງນີ້ໄດ້ກໍ່ສ້າງມາແຕ່ສັດຕະວັດທີ 17 ເປັນຕົ້ນມາ ເຊິ່ງແມ່ນຍາທ່ານ ຫຼັກຄຳພາ ເປັນຜູູ້ນຳພາສ້າງ ຕໍ່ມາກໍ່ໄດ້ປະຕິສັງຂອນຄືນໃໝ່ ໃນສັດຕະວັດທີ 19 ນັບແຕ່ເວລານັ້ນເປັນຕົ້ນມາ ກໍ່ໄດ້ມີຍາທ່ານຂຽວ, ຍາທ່ານພຸ່ນ, ຍາທ່ານຈວງ, ຍາທ່ານນວນ, ຍາທ່ານພົມມາ ໄດ້ເປັນຜູ້ອຸປະຖຳປົກປັກຮັກສາສືບຕໍ່ກັນມາຕາມລຳດັບມາໃນປີ ຄ.ສ 1990 - 2001. ໂຄງການປົກປັກຮັກສາໜັງສືຜູກໃບລານລາວ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ໂດຍໄດ້ຮັບການສະໜັບສະໜູນ ຈາກມູນິຖິ ໂຕໂຍຕ້າ ຂອງປະເທດຍີ່ປຸ່ນ ແລະ ລັດຖະບານສະຫະພັນເຢຍລະມັນ ຮ່ວມກັບພະແນກຖະແຫຼງຂ່າວ - ວັດທະນະທຳ ແຂວງສະຫວັນນະເຂດແລະ ຫ້ອງການຖະແຫຼງຂ່າວ - ວັດທະນະທໍາເມືອງຈຳພອນ ໄດ້ລົງສໍາຫຼວດຂື້ນບັນຊີຕົວຈິງເຊິ່ງສາມາດແຍກ ແລະ ຈັດລຳດັບໄດ້ດັ່ງນີ້: ໜັງສືຜູກໃບລານທັງໝັດມີ 219 ເລື່ອງ, ມີ 326 ມັດ, ມີ 2,391 ຜູກ. ແຕ່ຍ້ອນອາຍຸການໃຊ້ງານ ເປັນເວລາຫຼາຍສິບປີ ຈຶ່ງເຮັດໃຫ້ສະພາບ ຫໍໄຕປີດົກ ຊຸດໂຊມລົງ ຍ້ອນມີຄວາມສຳຄັນຂອງວັນນະຄະດີບູຮານ ແລະ ທາງດ້ານວັດທະນະທຳຂອງ ຄູບາ, ນັກປາດ, ອາຈານ ທີ່ໄດ້ສຶກສາຮ່ຳຮຽນຢູ່ທີ່ນີ້ບວກໃສ່ຄວາມເປັນຫ່ວງຂອງຂັ້ນເທິງນັບແຕ່ສູນກາງລົງຮອດທ້ອງຖິ່ນເພື່ອອະນຸລັກປົກປັກຮັກສາວັດຖຸບູຮານທາງວັດທະນະທຳນີ້ໃຫ້ຢູ່ກັບຄົນລາວຕະຫຼອດໄປ, ຕົກມາໃນປີ 2006 ຫໍໄຕປີດົກ ຈຶ່ງໄດ້ຮັບການປະຕິສັງຂອນຄືນໃໝ່ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດທະບານ ຣາຊະອານາຈັກໄທ ຈຳນວນ 1.000.000 ບາດ ມາຮອດປັດຈຸບັນນີ້ ຫໍໄຕປີດົກ ຈຶ່ງໄດ້ກາຍເປັນຈຸດເຕົ້າໂຮມໜັງສືຜູກໃບລານທີ່ຫຼາຍກວ່າໝູ່ແຫ່ງດຽວພາຍໃນເມືອງຈຳພອນ ແລະ ເປັນແຫຼ່ງທ່ອງທ່ຽວທາງວັດທະນະທຳອີກດ້ວຍ. /watch/4sPXFVrF9mNFX https://www.google.com/search?

Category

Show more

Comments - 0